ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງ​ປ້ອງ​ກັນ​ປະເທດ​ຈີນ ປຽບ ນາ​ໂຕ ເປັນກົນ​ຈັກ​ສົງຄາມ

     ສຳນັກ​ຂ່າວ​ສະ​ປຸດ​ນິກ ຣັດ​ເຊຍ ລາຍ​ງານ​ວັນ​ທີ 26 ມັງກອນນີ້​ວ່າ: ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານາທິບໍດີ​ຣັດ​ເຊຍ ວະ​ລາ​ດີ​ເມຍ
ປູ​ຕິນ, ກ່າວ​ໃນ​ໂອກາດ​ສະຫຼຸບ​ໝາກຜົນ​ຂອງ​ປີ 2023 ວ່າ: ປະເທດ​ຕາເວັນຕົກ​ພວມ​ພະຍາຍາມ​ຫັນ​ການເຄື່ອນໄຫວ​ຂອງ NATO
ໄປ​ຍັງ​ອາຊີ, ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຢູ່​ທີ່​ນັ້ນ ແລະ ສ້າງຕັ້ງ​ບັນດາ​ກຸ່ມ​ການ​ທະຫານ ແລະ ການເມືອງ​ໃໝ່. ໂຄສົກ​ກະຊວງ​ປ້ອງ​ກັນ​ປະ
ເທດ​ຈີນ ທ່ານ ອູ ສຽນ ກ່າວ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ໃນ​ ວັນ​ພະຫັດ ຜ່ານ​ມາ​ວ່າ: ອົງການ NATO ແມ່ນ​ເຄື່ອງ​ຈັກ​ກົນ​ສົງຄາມ​ທີ່​
ສາມາດ​ຍ່າງ​ໄປ​ມາ​ໄດ້, ພາໃຫ້​ເກີດ​ຄວາມ​ບໍ່​ສະຫງົບ​ໄປ​ທົ່ວ​ທຸກ​.

     ທ່ານ ອູ ສຽນ ກ່າວ​ຕື່ມ​ວ່າ: ອີງ​ຕາມ​ຄຳ​ຖະແຫຼງ​ທີ່​ບໍ່​ເໝາະ​ສົມ​ຂອງ​ເລຂາທິການ​ໃຫຍ່ NATO ກ່ຽວ​ກັບ​ຈີນ. ໃນ​ຖານະ​ເປັນ
ອົງ ການ​ການ​ທະຫານ​ໃນ​ພາກ​ພື້ນ​ມະຫາ​ສະໝຸດ​ອັດ​ລັງ​ຕິກ, ນາ​ໂຕ ໄດ້​ເລີ່ມ​ຕົ້ນ ແລະ​ ເຂົ້າ​ຮ່ວມ​ສົງຄາມ​ນັບ​ແຕ່​ມື້​ເລີ່ມ​ຕົ້ນ​ຕັ້ງ​ອົງການ​
ນີ້​ເປັນຕົ້ນ​ມາ. ນອກ​ນັ້ນ, ໂຄສົກ​ກະຊວງ​ປ້ອງ​ກັນ​ປະເທດ​ຈີນ ຍັງ​ໃຫ້​ຂໍ້​ສັງເກດ​ວ່າ: ໃນ​ບໍ່​ເທົ່າໃດ​ປີ​ທີ່​ຜ່ານ​ມາ, ກຸ່ມ​ປະເທດ​ ພັນທະ​ມິດ
​ໄດ້​ຫັນ​ຈຸດ​ສຸມ​ໄປ​ສູ່​ພາກ​ພື້ນ​ອາຊີ-ປາ​ຊີ​ຟິກ ຢ່າງ​ບໍ່​ຢຸດ​ຢັ້ງ, ໃນ​ນັ້ນ ໄດ້​ອ້າງ​ວ່າ "ຈີນ​ແມ່ນ​ໄພ​ຂົ່ມຂູ່"ຂອງ​ພາກ​ພື້ນ, ເຊິ່ງ​ເປັນ​ຍຸດທະວິທີ​
ຂອງ​ຕາເວັນຕົກ ເພື່ອ​ຊຸກຍູ້​ການ​ປະ​ທະ​ກັນ​ຂອງ​ກຸ່ມ ແລະ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ.

     ໂຄສົກ​ກະຊວງ​ປ້ອງ​ກັນ​ປະເທດ​ຈີນຊີ້​ອອກ​ຕື່ມ​ວ່າ: ຄວາມ​ຈິງ “ຄວນ​ເວົ້າ​ໄດ້​ວ່າ NATO ແມ່ນ​ກົນ​ໄກ​ສົງຄາມ ແລະ ​ບ່ອນ​ໃດ​ກໍ​
ຕາມ​ທີ່​ປະກົດ​ຕົວ​ມີ​ກຸ່ມ​ນີ້​ຢູ່, ມັນ​ນຳ​ມາ​ເຊິ່ງ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ຢູ່​ທົ່ວ​ທຸກ​ແຫ່ງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/01/2024